ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບປະກາດ
ໃຫ້ນາຍທະຫານພັກການເພື່ອກຽມເຂົ້າຮັບເບ້ຍບໍານານ ແລະ ແຕ່ງຕັ້ງໜ້າທີ່


ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍາມະການຄະນະພັກກະຊວງປ້ອງກັນປະເທດ
ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບ ເປັນປະທານໃນວັນທີ 7/3/2024 ຢູ່ກົມໃຫຍ່ເສນາທິການກອງທັບ

     ວັນທີ 07 ມີນາ 2024 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ປະກາດ ໃຫ້ນາຍທະຫານພັກການຮັບອຸດໜູນບໍານານ-ພັກການ ເພື່ອ
ກຽມເຂົ້າຮັບເບ້ຍບໍານານ ແລະ ແຕ່ງຕັ້ງໜ້າທີ່, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ກໍາມະການຄະນະພັກກະ
ຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາກົມ
ກອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ເທບພະພອນ ຫອມດີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນ
ປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການຮັບອຸດໜູນບໍານານຢູ່ ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ຕົກ
ລົງ ເຫັນດີອະນຸມັດ ໃຫ້ນາຍທະຫານພັກການຮັບອຸດໜູນບໍານານ ຈໍານວນ 61 ສະຫາຍ, ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸຍາດໃຫ້ນາຍທະ
ຫານ ພັກການເພື່ອກຽມຮັບເບ້ຍບໍານານ ຈໍານວນ 22 ສະຫາຍ ແລະ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານຢູ່ ກົມໃຫຍ່
ເສນາທິການກອງທັບ ກະຊວງປ້ອງກັນປະເທດ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນເອກ ອຸ່ນຄໍາ ສີແຫວນວົງສັກ ເປັນຮັກສາການຫົວໜ້າກົມທະ
ຫານຊາຍແດນ, ພັນເອກ ບຸນທັນ ໄຊມຸງຄຸນ ເປັນຮອງຫົວໜ້າກົມການທະຫານທ້ອງຖິ່ນ, ພັນເອກ ໄອສໍາລານ ຄໍາມາວົງ ເປັນຮອງຫົວໜ້າ
ກົມແຜນທີ່ກອງທັບ, ພັນໂທ ພູວົງ ທິບພະຈອນ ເປັນຮອງຫົວໜ້າກົມລົດຕັງ-ຍານເກາະ, ພັນໂທ ຄໍາໄຫວ ແກ້ວປະເສີດ ເປັນຮອງຫົວໜ້າ
ການເມືອງ ທັງເປັນຫົວໜ້າພະແນກການເມືອງ ໂຮງຮຽນເຫຼົ່າຮົບຕີພິເສດ 303, ພັນໂທ ທອງເລັດ ແກ້ວບົວທອງ ເປັນຮອງຫົວໜ້າກອງຮັບ
ຜິດຊອບວຽກງານພະລາທິການ ທັງເປັນຫົວໜ້າພະແນກພະລາທິການ ກອງສໍາຫຼວດວັດແທກແຜນທີ່ກອງທັບ, ຈາກນັ້ນ ຜ່ານຂໍ້ຕົກລົງຂອງ
ກົມໃຫຍ່ການເມືອງກອງທັບ ວ່າດ້ວຍແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານຢູ່ ກົມໃຫຍ່ເສນາທິການກອງທັບ, ກົມໃຫຍ່ການເມືອງກອງທັບ ຕົກລົງ
ແຕ່ງຕັ້ງຂັ້ນຮອງພະແນກ ຈໍານວນ 3 ສະຫາຍ ແລະ ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນກອງຮ້ອຍ
ຂອງກອງຍິງປືນ 199, ກົມໃຫຍ່ເສນາທິການກອງທັບ ຕົກລົງແຕ່ງຕັ້ງຄະນະບັນຊາກອງຮ້ອຍ ຈໍານວນ 5 ສະຫາຍ.

     ໂອກາດນີ້, ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ໄດ້ມີຄໍາເຫັນໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ບັນດາສະຫາຍ
ໄດ້ທຸ່ມເທເຫື່ອແຮງ, ສະຕິປັນຍາທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກໍຄືປະກອບສ່ວນ
ເຂົ້າໃນການປັບປຸງຄ້າຍຄູ-ກໍ່ສ້າງກົມກອງ ໃນໄລຍະຜ່ານມາຈົນມີຜົນສໍາເລັດ ພ້ອມທັງເນັ້ນໜັກໃຫ້ບັນດາຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່
ຈົ່ງສືບຕໍ່ຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເຝິກຝົນຫຼໍ່ຫຼອມຕົນເອງເປັນແບບຢ່າງທີ່ດີໃນທຸກດ້ານ, ເສີມຂະຫຍາຍ
ບົດບາດການນໍາຂອງພັກ, ປັບປຸງແບບແຜນວິທີເຮັດວຽກຢ່າງມີຫຼັກການ ເພີ່ມທະວີຄວາມສາມັກຄີພາຍໃນຄະນະພັກໃຫ້ເປັນປຶກແຜ່ນແໜ້ນ
ໜາ, ສຸມເຫື່ອແຮງສະຕິປັນຍາຄວາມຮູ້ຄວາມສາມາດເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ, ປັບປຸງກໍ່ສ້າງກົມກອງ-ຄ້າຍຄູໃຫ້ມີບາດ
ກ້າວພັດທະນາຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວໂດຍ ພຸດທະວອນ
ວັນທີ 12/03/2024